ສະພາເອີຣົບ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປັນຍາປະດິດ
ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 15 ມີນາ 2024 ນີ້ວ່າ: ສະພາເອີຣົບ ໄດ້ປ່ອນບັດຮັບຮອງເອົາຮ່າງກົດໝາຍວ່າດ້ວຍປັນ
ຍາປະດິດຢ່າງເປັນທາງການ ເພື່ອກຳນົດການນຳໃຊ້ປັນຍາປະດິດໃຫ້ເປັນລະບຽບແບບແຜນຢ່າງເຂັ່ງຄັດ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນ
ກອງປະຊຸມຄົບຄະນະຂອງສະພາເອີຣົບ ທີ່ຈັດຂຶ້ນຢູ່ນະຄອນສະຕຣາເບີກ ປະເທດ ຝຣັ່ງ ໄດ້ມີສະມາຊິກສະພາເອີຣົບທັງໝົດ 523
ຄົນລົງຄະແນນສຽງເຫັນດີ, 46 ຄົນລົງຄະແນນສຽງບໍ່ເຫັນດີ ແລະ 49 ຄົນງົດອອກສຽງ. ປະເທດສະມາຊິກສະຫະພາບ ເອີຣົບ ຈະ
ອະນຸມັດຮ່າງກົດໝາຍດັ່ງກ່າວຢ່າງເປັນທາງການໃນເດືອນ ພຶດສະພາ ປີ 2024, ຄາດວ່າຮ່າງກົດໝາຍດັ່ງກ່າວຈະມີຜົນບັງຄັບໃຊ້ໃນ
ຕົ້ນປີ 2025 ແລະ ເລີ່ມຈັດຕັ້ງປະຕິບັດໃນປີ 2026, ໃນນັ້ນມີບາງມາດຕາຈະມີຜົນບັງຄັບໃຊ້ໄວກວ່າກຳນົດ. ຄະນະກຳມາທິການ
ສະຫະ ພາບເອີຣົບ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍປັນຍາປະດິດເມື່ອເດືອນ ເມສາ ປີ 2021 ແລະ ໄດ້ບັນລຸສັນຍາເບື້ອງຕົ້ນກ່ຽວກັບ
ການນຳໃຊ້ການຈຳແນກ ແລະ ຕິດຕາມທາງຊີວະພາບ ຂອງລັດຖະບານກໍຄືບັນຫາເຮັດແນວໃດເພື່ອຕິດຕາມຄຸ້ມຄອງປັນຍາປະດິດ
ຕ່າງໆເຊັ່ນ: ChatGPT ເປັນຕົ້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/03/2024